ເງື່ອນໄຂໃນການໃຊ້ບໍລິການ

ຫາກທ່ານຕ້ອງການສະມັກໃຊ້ບໍລິການໂຮສຕິງກັບ PunlaoHosting.com ທາງເຮົາມີເງື່ອນໄຂ ແລະຂໍ້ບັງຄັບ ໃນການໃຫ້ບໍລິການດັ່ງລຸ່ມນີ້. ຂໍຄວາມກະລຸນາໃຫ້ທ່ານອ່ານ ແລະທຳຄວາມເຂົ້າໃຈໃຫ້ຖີ່ຖ້ວນກ່ອນ ຈຶ່ງດຳເນີນການຕໍ່ໄປ.

1. ການເປີດໃຊ້ບໍລິການ

ທາງພັນລາວໂຮສຕິງຈະເປີດບັນຊີໃຫ້ທ່ານເຂົ້າໃຊ້ບໍລິການໂຮສຕິງໄດ້ຫລັງຈາກທີ່ ໄດ້ຮັບການຢືນຢັນການໂອນເງິນຂອງທ່ານເຂົ້າບັນຊີ ທີ່ລະບຸໄວ້ໃນຫນ້າ ການຊຳລະຄ່າບໍລິການ ເຊິ່ງຂັ້ນຕອນນີ້ຈະໃຊ້ເວລາບໍ່ເກີນ 24 ຊົ່ວໂມງຫລັງຈາກໄດ້ຮັບການຢືນຢັນການໂອນເງິນ.

2. ເນື້ອຫາພາຍໃນເວັບໄຊ

ເມື່ອທ່ານສະມັກໃຊ້ບໍລິການໂຮສຕິງຈາກພັນລາວໂຮສຕິງແລ້ວ ທ່ານຈະສາມາດໃຊ້ບໍລິການນີ້ສຳລັບເປັນບ່ອນເກັບຂໍ້ມູນເວັບໄຊຂອງທ່ານ ເພື່ອໃຫ້ສາມາດເຂົ້າເບິ່ງເນື້ອຫາພາຍໃນເວັບໄຊຂອງທ່ານໄດ້ຈາກທົ່ວໂລກ ແຕ່ພັນລາວໂຮສຕິງຈະບໍ່ໃຫ້ບໍລິການເວັບໄຊທີ່ມີເນື້ອຫາລັກສະນະດັ່ງຕໍ່ໄປນີ້:

  • ມີເນື້ອຫາໝິ່ນປະມາດພັກລັດ ແລະສາດສະໜາ
  • ກ່ຽວຂ້ອງກັບການລະເມີດລິຂະສິດເຊັ່ນ ແຈກໂປຣແກຣມເຖື່ອນ, ເພງ ແລະຮູບເງົາທີ່ມີລິຂະສິດ ເປັນຕົ້ນ
  • ເວັບໄຊຜູ້ໃຫຍ່ ມີຮູບໂປ້ ເປືອຍ ຂັດຕໍ່ສີລທັມອັນດີງາມຂອງລາວ
  • ນຳໃຊ້ບໍລິການໂຮສຕິງຈາກພັນລາວໂຮສຕິງ ເພື່ອໄປໃຫ້ບໍລິການເວັບຝາກຮູບ ຝາກໄຟລ໌ ຫຼືແມ່ນແຕ່ບໍລິການໂຮສຕິງອີກຕໍ່ນຶ່ງ
  • ເປີດໃຊ້ proxy script
  • ໃຊ້ເພື່ອສົ່ງອີເມວເປັນຈຳນວນຫລາຍອອກໄປຫາບຸກຄົນອື່ນ (Spam)
  • ເວັບໄຊກ່ຽວກັບ hack ຫລື crack

ຫາກພົບວ່າຜູ້ໃຊ້ບໍລິການຂອງພັນລາວໂຮສຕິງ ໄດ້ເປີດເວັບໄຊທີ່ມີເນື້ອຫາຕາມລັກສະນະທີ່ລະບຸຂ້າງເທິງນີ້ ທາງເຮົາຈະແຈ້ງເຕືອນພຽງຄັ້ງດຽວ ຫາກເກີນ 7 ມື້ຫລັງຈາກການແຈ້ງເຕືອນແລ້ວຍັງບໍ່ແກ້ໄຂ ຈະຖືກດຳເນີນການປິດເວັບໄຊຊົ່ວຄາວຈົນກວ່າຈະໄດ້ຮັບການແກ້ໄຂໃຫ້ຖືກຕ້ອງ.

3. ການໃຫ້ບໍລິການຊ່ວຍເຫລືອ

ຫລັງຈາກທີ່ທ່ານໃຊ້ບໍລິການພັນລາວໂຮສຕິງແລ້ວ ຫາກພົບວ່າມີບັນຫາໃດ ໆ ໃນການນຳໃຊ້ ທ່ານສາມາດສອບຖາມກັບພວກເຮົາໄດ້ຕະຫລອດໄລຍະເວລາທີ່ໃຊ້ບໍລິການ ແຕ່ທາງທີມງານຂໍສະຫງວນສິດໃນງານບໍ່ຕອບຄຳຖາມທີ່ກ່ຽວກັບບັນຫາຂອງ script ທີ່ທ່ານໃຊ້ ຍົກເວັ້ນຈະເປັນ script ທີ່ມີຄວາມນິຍົມຫລາຍເຊັ່ນ WordPress, Joomla!, Drupal ຫລື SMF ເປັນຕົ້ນ.

ການສອບຖາມບັນຫາຕ່າງ ໆ ສາມາດເຮັດໄດ້ໂດຍການສົ່ງອີເມວຫາ support@punlaohosting.com ໄດ້ຕະຫລອດ 24 ຊົ່ວໂມງ ຫລືໂທເຂົ້າເບີ (020) 7771900 ໃນເວລາລັດຖະການ (ຕັ້ງແຕ່ 8:00 - 11:30 ແລະ 13:30 - 17:00 ວັນຈັນເຖິງວັນສຸກ).

4. ຂໍ້ມູນຂອງທ່ານ

ໄຟລ໌ເອກະສານ ຮູບພາບ ຕ່າງ ໆ ທີ່ມີຢູ່ໃນເວັບໄຊຂອງທ່ານ ທ່ານຈະຕ້ອງເປັນຜູ້ເກັບຮັກສາເອງ ຫາກເກີດມີເຫດທີ່ເກີດຈາກຄວາມບົກພ່ອງຂອງທ່ານ ເຮັດໃຫ້ຂໍ້ມູນສູນຫາຍໄປ ທາງພັນລາວໂຮສຕິງຂໍສະຫງວນສິດທີ່ຈະບໍ່ຮັບຜິດຊອບຕໍເຫດດັ່ງກ່າວ. ດັ່ງນັ້ນ ທ່ານຄວນຈະເກັບຮັກສາຂໍ້ມູນໄວ້ໃຫ້ດີ ແລະຫມັ່ນສ້າງ backup ສຳຮອງປະໄວ້ສະເຫມີ.

5. ການຍົກເລີກການໃຊ້ບໍລິການ

ໃນກໍລະນີທີ່ທ່ານຕ້ອງການຍົກເລີກການໃຊ້ບໍລິການຂອງພວກເຮົາ ບໍວ່າດ້ວຍເຫດຜົນໃດ ໆ ກໍຕາມ ທ່ານຈະໄດ້ຮັບຄ່າບໍລິການທີ່ຈ່າຍໄວ້ພຽງເຄິ່ງດຽວຂອງໄລຍະເວລາທີ່ເຫລືອເທົ່ານັ້ນ ເຊັ່ນ ຫາກທ່ານໃຊ້ບໍລິການໄດ້ 6 ເດືອນແລ້ວຂໍຍົກເລີກ ທ່ານຈະໄດ້ຮັບເງິນເຄິ່ງນຶ່ງຂອງ 6 ເດືອນທີ່ເຫລືອເທົ່ານັ້ນ (ຄືໄດ້ 3 ເດືອນ).

ການໂອນເງິນຄືນໃນກໍລະນີທີ່ຍົກເລີກການໃຊ້ບໍລິການແມ່ນຈະຖືກດຳເນີນການໃຫ້ ພາຍຫລັງທີ່ມີການແຈ້ງຢືນຢັນຍົກເລີກເຂົ້າມາບໍ່ເກີນ 7 ມື້.

6. ການໃຊ້ script ເຖື່ອນ

ໃນກໍລະນີທີ່ທ່ານໃຊ້ script ທີ່ລະເມີດລິຂະສິດ, ໄດ້ມາໂດຍບໍ່ຖືກຕ້ອງຕາມກົດໝາຍ, ບໍ່ໄດ້ຮັບການຍິນຍອມຈາກເຈົ້າຂອງຜູ່ຂຽນຕົ້ນສະບັບ ຫາກວ່າມີອີເມວຈາກພາກສ່ວນທີ່ກ່ຽວຂ້ອງສົ່ງເຂົ້າມາຫາ PunlaoHosting.com ເພື່ອລະງັບການໃຊ້ງານ script ລະເມີດລິຂະສິດດັ່ງກ່າວ ທາງທີມງານຈະແຈ້ງໃຫ້ທ່ານຮູ້ເພື່ອຖອດຖອນ script ດັ່ງກ່າວອອກພາຍໃນ 72 ຊົ່ວໂມງ ຫາກເກີນເວລາທີ່ກຳນົດແລະຍັງບໍ່ມີການຖອດຖອນອອກ, PunlaoHosting ຈະລະງັບບັນຊີຂອງທ່ານໄວ້ຊົ່ວຄາວ.

7. ການຕໍ່ອາຍຸໂຮສຕິງ

ເມື່ອທ່ານນຳໃຊ້ບໍລິການໂຮສຕິງຈົນຄົບໄລຍະເວລາທີ່ຊຳລະຄ່າບໍລິການແລ້ວ ກ່ອນໜ້ານັ້ນ 1 ເດືອນ ທ່ານຈະໄດຮັບອີເມວແຈ້ງເຕືອນເພື່ອສອບຖາມການຕໍ່ອາຍຸການນຳໃຊ້ ຫາກທ່ານບໍ່ຕອບກັບອີເມວດັ່ງກ່າວ ຈະຖືວ່າທ່ານບໍ່ຕ້ອງການຕໍ່ອາຍຸການນຳໃຊ້ອີກ.

ຫລັງຈາກຄົບ 1 ເດືອນນັບຈາກມື້ທີ່ສິ້ນສຸດການໃຫ້ບໍລິການໂຮສຕິງແລ້ວ ທາງພັນລາວໂຮສຕິງຈະລຶບຂໍ້ມູນເວັບໄຊຂອງທ່ານອອກຈາກລະບົບ ເຊິ່ງຈະບໍ່ສາມາດກູ້ຄືນມາໄດ້ອີກ.

ເມື່ອທ່ານສະມັກໃຊ້ບໍລິການພັນລາວໂຮສຕິງແລ້ວ ຖືວ່າໄດ້ຍອມຮັບຕາມຂໍ້ຕົກລົງທີ່ໄດ້ລະບຸຂ້າງເທິງນີທຸກຂໍ້ ແລະພ້ອມຈະປະຕິບັດຕາມຢ່າງເຂັ່ງຂັດ ໂດຍທາງທີມງານຂໍສະຫງວນສິດ ທີ່ຈະດຳເນີນມາດຕະການອັນສົມຄວນ ຫາກພົບວ່າ ມີການລະເມີດຂໍ້ຕົກລົງ ທີ່ລະບຸຂ້າງຕົ້ນ.