ພັນລາວໂຮສຕິງແມ່ນຫຍັງ?

PunlaoHosting.com ເວັບໄຊໃຫ້ບໍລິການເຊົ່າພື້ນທີ່ສຳລັບສ້າງເວັບໄຊ, ຈົດຊື່ໂດເມນ ແລະຮັບອອກແບບເວັບໄຊ. ຮອງຮັບການໃຊ້ງານຕັ້ງແຕ່ຂັ້ນເບື້ອງຕົ້ນ ຈົນເຖິງລະດັບການໃຊ້ງານຂອງອົງກອນຕ່າງ ໆ.

ເປັນຫຍັງຕ້ອງເລືອກພັນລາວໂຮສຕິງ?

ພັນລາວໂຮສຕິງ ດຳເນີນກິດຈະການພາຍໃຕ້ຊື່ບໍລິສັດ UMC ເຊິ່ງເປັນບໍລິສັດທີ່ດຳເນີນກິດຈະການຕ່າງ ໆ ຂອງເວັບໄຊ PunlaoHosting.com ເປັນໜ່ວຍງານມີຄວາມຊ່ຽວຊານດ້ານເວັບໄຊ ແລະໂຮສຕິງ ດ້ວຍປະສົບການກ່ຽວກັບເວັບໄຊກວ່າ ໖ ປີ. ເວັບໄຊທີ່ໃຊ້ບໍລິການຂອງພັນລາວໂຮສຕິງມີຕັ້ງແຕ່ເວັບໄຊບັນເທິງເຊັ່ນ Punlao.com, ເວັບໄຊອັບໂຫຼດ LaoUpload.com ແລະເວັບໄຊຂອງ ກຕຟ eci.com.la ເປັນຕົ້ນ ທ່ານຈຶ່ງສາມາດໝັ້ນໃຈໃນບໍລິການຂອງພວກເຮົາໄດ້ເປັນຢ່າງດີ.

ອັດຕາຄ່າບໍລິການ

ດ້ວຍຄວາມທີ່ເລັງເຫັນຄວາມເຕີບໃຫຍ່ຂະຫຍາຍໂຕຂອງຜູ້ຊົມໃຊ້ອິນເຕີເນັດໃນ ສປປ. ລາວ ທາງບໍລິສັດແມ່ຂອງພັນລາວໂຮສຕິງ ຈຶ່ງໄດ້ວາງນະໂຍບາຍການຕະຫຼາດ ທີ່ໃຫ້ທຸກຄົນສາມາດເຂົ້າເຖິງບໍລິການຕ່າງ ໆ ໄດ້ ບໍ່ວ່າທ່ານຈະມີທຸລະກິດຂະໜາດນ້ອຍ ຫຼືໃຫຍ່ກໍ່ສາມາດເລືອກໃຊ້ບໍລິການຕ່າງ ໆ ຂອງພວກເຮົາໄດ້ຕາມຄວາມເໝາະສົມ.

ລາຍຊື່ລູກຄ້າ

ດ້ານລຸ່ມນີ້ຄືລາຍຊື່ເວັບໄຊທີ່ໃຊ້ບໍລິການຂອງ PunlaoHosting.com

http://laostory.com
http://dekaze.com
http://baankatoon.com
http://laohot.net
http://www.eci.com.la