ນອກຈາກບໍລິການໂຮສຕິງ ແລະຈົດໂດເມນເນມແລ້ວ ທາງພັນລາວໂຮສຕິງຍັງມີບໍລິການຮັບອອກແບບເວັບໄຊ ໃນລາຄາທີ່ບໍ່ແພງຈົນເກີນໄປ. ທ່ານສາມາດຕິດຕໍ່ກັບພວກເຮົາໄດ້ຫາກຕ້ອງການ ການອອກແບບເວັບໄຊທີ່ເໝາະສົມກັບທຸລະກິດຂອງທ່ານ.

ໂດຍປົກກະຕິແລ້ວ ການອອກແບບເວັບໄຊຂອງພວກເຮົາຈະແບ່ງເປັນສອງແບບ ຄືແບບ Static Website ແລະ Dynamic Website. ສຳລັບ Static Website ນັ້ນ ເປັນເວັບໄຊທີ່ຂຽນຂຶ້ນເອງ ໂດຍບໍ່ໄດ້ໃຊ້ລະບົບ CMS (Content Management System) ໃນການຈັດການເນື້ອຫາ ເຊິ່ງຈະມີລາຄາເລີ່ມຕົ້ນທີ່ 5,000,000 ກີບ ເໝາະສົມສຳລັບເວັບໄຊທີ່ບໍ່ມີຫຍັງປ່ຽນແປງຫຼາຍ ບໍ່ມີການອັບເດດຂໍ້ມູນຢູ່ຕະຫຼອດເວລາ ເປັນຕົ້ນ. ສ່ວນເວັບໄຊແບບ Dynamic Website ນັ້ນ ຈະມີລາຄາເລີ່ມຕົ້ນທີ່ 10,000,000 ກີບ ເຊິ່ງຈະໃຊ້ລະບົບ CMS ເຊັ່ນ Joomla! ເປັນຕົ້ນ ໃນການສ້າງ ເວັບໄຊທີ່ສ້າງດ້ວຍຮູບແບບນີ້ ຈະສາມາດເພີ່ມເຕີມຂໍ້ມູນ, ປັບແຕ່ງ, ແກ້ໄຂ ແລະປັບປຸງໄດ້ຜ່ານໜ້າເວັບ ເຮັດໃຫ້ມີຄວາມສະດວກໃນການເບິ່ງແຍງຮັກສາຫຼາຍຂຶ້ນ ໂດຍສະເພາະແມ່ນການອັບເດດເນື້ອຫາພາຍໃນເວັບໄຊ.

ສຳລັບລາຍລະອຽດເພີ່ມເຕີມ, ກະລຸນາສົ່ງອີເມວລະບຸຄວາມຕ້ອງການຂອງທ່ານມາໄດ້ທີ່ webdesign@punlaohosting.com ຫຼືຕິດຕໍ່ທີ່ແບບຟອມຊ່ວຍເຫຼືອ